ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມາ​ເລ​ເຊຍ ທົດ​ລອງ​ໃຊ້​ອິນ​ເຕີ​ເນັດ 5,5 ຈີ ຄັ້ງ​ທຳ​ອິດ​ໃນ ອາຊີ ຕາເວັນ​ອອກ ສ່ຽງ​ໃຕ້

     ວິທະຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ ຫວຽດນາມ​ ລາຍ​ງານ​ໃຫ້​ຮູ້​ໃນ ​ວັນ​ທີ 25 ກຸມພາ 2024 ນີ້​ວ່າ: ບໍລິສັດ ໂທລະ​ຄົມມະນາຄົມ
ແມັກ​ຊິດ (Maxis) ຂອງ​ມາ​ເລ​ເຊຍ ໄດ້​ຖະແຫຼງ​ວ່າ: ໄດ້​ສົມທົບ​ກັບ ກຸ່ມ​ບໍລິສັດ ເຕັກ​ໂນ​ໂລ​ຊີ ຫົວ​ເວີຍ (Huawei) ຂອງ ​ສປ ຈີນ
ໄດ້ຈັດ​ການ​ທົດ​ລອງນຳ​ໃຊ້​ເຕັກ​ໂນ​ໂລ​ຊີ ອິນ​ເຕີ​ເນັດ 5,5 G ຄັ້ງ​ທຳ​ອິດ ຢູ່​ພາກ​ພື້ນ ອາຊີ​ຕາເວັນ​ອອກ​ສ່ຽງ​ໃຕ້ ຢ່າງ​ສຳເລັດ​ຜົນ.

     Maxis ໃຫ້​ຮູ້​ວ່າການ​ທົດ​ລອງ​ດັ່ງກ່າວ ໄດ້​ພິສູດ​ໃຫ້​ເຫັນ​ວ່າ ເຕັກ​ໂນ​ໂລ​ຊີ 5,5G ສາມາດ ບັນລຸ​ໄດ້​ລະດັບ​ຄວາມ​ໄວ​ຂຶ້ນ​ເຖິງ
8Gbps, ນອກຈາກ​ນັ້ນ ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ໃນ​ການ​ປົວແປງ​ລະດັບ​ຄວາມ​ໄວ​ການ​ເຊື່ອມ​ຕໍ່ ລະຫວ່າງ ເຄື່ອງ​ອຸປະກອນ​
ຕ່າງໆ ດ້ວຍ​ລະດັບ​ຄວາມ​ໄວ​ຂຶ້ນ 10 ເທົ່າ ເມື່ອ​ທຽບໃສ່ ອິນ​ເຕີ​ເນັດ 5G.

     ເຕັກ​ໂນ​ໂລ​ຊີ 5,5G ສາມາດ​ຊ່ວຍ​ວິວັດທະນາ​ການ​ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ອັດຕະໂນມັດ ໃນ​ຫລາຍ​ຂົງເຂດ, ຜ່ານ​ການ
​ສ້າງເງື່ອນໄຂ​ສະດວກ​ໃຫ້​ແກ່​ຂະແໜງ​ອຸດສາຫະກຳທີ່​ໝູນ​ໃຊ້ ເຕັກນິກ​ດີ​ຈີ​ຕອນ ແລະ ຂົງເຂດ​ພັດທະນາ​ລະບົບ ຄົມມະນາຄົມ​ອັດ​
ສະ​ລິ​ຍະ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/02/2024